-
Details
-
Written by ນາງ ສຸກພາພອນ ສຸດທະລາວົງ
-

- ປະຕິບັດນະໂຍບາຍ, ຍຸດທະສາດ, ກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍຂອງລັດຖະບານ, ກະຊວງ ແລະ ກົມວາງອອກ ໃຫ້ໄດ້ຮັບຜົນດີ;
- ຫັນເອົາແຜນການ, ແຜນງານ ແລະ ໂຄງການຂອງກົມ ມາເປັນໜ້າວຽກລະອຽດຂອງພະແນກຕົນ ພ້ອມທັງຈັດຕັ້ງປະຕິບັດໃຫ້ມີປະສິດທິຜົົນສູງ;
- ເປັນໃຈກາງໃນການສັງລວມ, ຊຸກຍູ້, ຕິດຕາມ ແລະ ສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດຍຸດທະສາດ,ແຜນການ ແລະ ບັນດາໂຄງການ ກ່ຽວກັບ ການຄຸ້ມຄອງຊັບພະຍາກອນນໍ້າ ໂດຍມີການປະສານງານກັບບັນດາກົມທີ່ກ່ຽວຂ້ອງຢູ່ກະຊວງ, ຂະແໜງການຊັບພະຍາກອນນໍ້າຢູ່ທ້ອງຖິ່ນ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ;
- ຄຸ້ມຄອງລະບົບເອກະສານຂາເຂົ້າ-ຂາອອກ, ຈໍລະຈອນ, ເກັບມ້ຽນຮັກສາເອກະສານຕ່າງໆ, ຕາປະທັບຂອງກົມ ແລະ ວຽກງານເລຂານຸການ;
- ເປັນເຈົ້າການໃນການຮັບແຂກ, ຈັດກອງປະຊຸມ, ສໍາມະນາ, ຄວາມເປັນລະບຽບ ຮຽບຮ້ອຍ ແລະ ຄວາມປອດໄພພາຍໃນກົມ;
- ສ້າງ ແລະ ສັງລວມແຜນການ, ຄຸ້ມຄອງການເງິນ, ສະຫຼຸບລາຍຮັບ-ລາຍຈ່າຍງົບປະມານ ປະຈໍາເດືອນ, 3 ເດືອນ, 6 ເດືອນ ແລະ ປີ ຂອງກົມ ແລ້ວນໍາສະເໜີຫົວໜ້າກົມ ພິຈາລະນາ ສົ່ງໃຫ້ຫ້ອງການ, ກົມ, ກອງສະຖາບັນ ທີ່ກ່ຽວຂ້ອງ ເພື່ອເອົາເຂົ້າແຜນການ ແລະ ແຜນງົບປະມານລວມຂອງກະຊວງ;
- ສັງລວມ ແລະ ລາຍງານ ການເຄື່ອນໄຫວວຽກຂອງກົມ ປະຈໍາເດືອນ, 3 ເດືອນ, 6 ເດືອນ, ປີ ແລະ ປະຈໍາ 5 ປີ;
- ປະສານສົມທົບກັບພາກສວ່ນກ່ຽວຂ້ອງໃນການຈັດພິມ ສື່ໂຄສະນາ ແລະ ເຜີຍແຜ່ ກ່ຽວກັບ ວຽກງານການຄຸ້ມຄອງຊັບພະຍາກອນນໍ້າ;
- ຄຸ້ມຄອງ, ກໍ່ສ້າງ, ກໍານົດຕໍາແໜ່ງງານ ແລະ ສັບຊ້ອນພະນັກງານ-ລັດຖະກອນ ລວມທັງການສົ່ງເສີມບົດບາດຍິງ-ຊາຍ, ການປະຕິບັດນະໂຍບາຍເລື່ອນຊັ້ນ, ເລື່ອນຂັ້ນ, ຍ້ອງຍໍ ຫຼື ປະຕິບັດວິໄນ ຕໍ່ພະນັກງານ-ລັດຖະກອນ ຂອງກົມຕາມລະບຽບທີ່ກຳນົດ ລວມທັງຄົ້ນຄວ້ານຳສະເໜີຂັ້ນເທີງ ພິຈະລະນາປັບປຸງ ກົງຈັກການຈັດຕັ້ງ ເມື່ອເຫັນວ່າມີຄວາມຈຳເປັນ;
- ແນະນໍາວິຊາການໃນການສ້າງແຜນການ ແລະ ການຮ່ວມມື ດ້ານຊັບພະຍາກອນນໍ້າ ພ້ອມທັງ ຊຸກຍູ້, ຕິດຕາມການເຄື່ອນໄຫວວຽກງານດັ່ງກ່າວ ຂອງຂະແໜງການຊັບພະຍາກອນນໍ້າ ທີ່ປະຈໍາຢູ່ທ້ອງຖິ່ນ ໃນຂອບເຂດທົ່ວປະເທດ;
- ພົວພັນຮ່ວມມືທັງພາຍໃນ, ຕ່າງປະເທດ ແລະ ອົງການຈັດຕັ້ງສາກົນຕ່າງໆ ເພື່ອຂົນຂວາຍການໜັບສະໜັບດ້ານເຕັກນິກ-ວິຊາການ ແລະ ທຶນຮອນ ເຂົ້າໃນວຽກງານຄຸ້ມຄອງຊັບພະຍາກອນນໍ້າ ຕາມການມອບໝາຍ ແລະ ການເຫັນດີຂອງຂັ້ນເທິງ;
- ຂຶ້ນບັນຊີ, ຈັດແບ່ງ ແລະ ຕິດຕາມກວດກາການນໍາໃຊ້ນໍ້າວັດຖຸອຸປະກອນ, ພາຫະນະ ແລະ ເຄື່ອງໃຊ້ຫ້ອງການຕ່າງໆຂອງກົມ ຕາມລະບຽບການ;
- ຄຸ້ມຄອງ, ບໍລິຫານການເງິນ, ຊັບສິນ ພ້ອມທັງຂຶ້ນແຜນການ, ແຜນນໍາໃຊ້ງົບປະມານແຫ່ງລັດ, ງົບປະ ມານຊ່ວຍເຫຼືອ, ລວມທັງຢັ້ງຢືນ ການເກັບ ແລະ ການມອບຄ່າລາຍຮັບວິຊາການ ແລະ ສະຫຼຸບລາຍງານການເຄື່ອນໄຫວວຽກງານ ແລະ ການນໍາໃຊ້ງົບປະມານຕໍ່ຂັ້ນເທີງ;
- ສະເໜີ ຈັດຊື້-ຈັດຈ້າງ ລວມທັງຊ່ຽວຊານ ແລະ ພະນັກງານຕາມສັນຍາທາງພາຍໃນ ແລະ ຕ່າງປະເທດ ເພື່ອຊ່ວຍ ແລະ ຮັບໃຊ້ວຽກງານວິຊາສະເພາະຕາມຄວາມຮຽກຮ້ອງຕ້ອງການຂອງວຽກຕົວຈິງ;
- ຕິດຕາມການປະຕິບັດສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງພະນັກງານ-ລັດຖະກອນ ທີ່ຂຶ້ນກັບກົມ ແລະ ສິດຄຸ້ມຄອງຂອງພະແນກຕົນ ເພື່ອສະກັດກັ້ນປະກົດການລະເມີດມະຕິ, ຄໍາສັ່ງ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ;
- ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ, ລະບຽບການ ແລະ ຕາມການມອບໝາຍຂອງຫົວໜ້າກົມ.
094899
ມື້ນີ້
ມື້ວານນີ້
ອາທິດນີ້
ອາທິດຜ່ານມາ
ເດືອນນີ້
ເດືອນຜ່ານມາ
ທັງຫມົດ
156
172
910
93533
1994
21433
94899
Your IP: 44.192.79.149
2023-05-28 02:48