-
Details
-
Written by ສຸກສໍາລານ ສົງຄາມ
-
- ປະຕິບັດກົດໝາຍ ແລະ ມະຕິຕົກລົງ, ດໍາລັດ, ຂໍ້ຕົກລົງ, ຄໍາສັ່ງ ແລະ ແຈ້ງການ ກ່ຽວກັບ ວຽກງານຄຸ້ມຄອງຊັບພະຍາກອນນໍ້າ ຂອງຂັ້ນເທິງວາງອອກ;
- ຄົ້ນວ້າ, ຫັນເອົາແນວທາງນະໂຍບາຍຂອງພັກ. ນະໂຍບາຍ, ຍຸດທະສາດ, ແຜນການ ແລະ ມະຕິຕົກລົງຂອງລັດຖະບານ, ຂອງກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກ່ຽວກັບວຽກງານຄຸ້ມຄອງຊັບພະຍາກອນນໍ້າ ມາເປັນແຜນຍຸດທະສາດ, ແຜນການ, ແຜນງານ ແລະ ໂຄງການລະອຽດຂອງຕົນ ພ້ອມທັງ ຮັບຜິດຊອບໃນການຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນດີ ແລະ ປາກົດຜົນເປັນຈິງ;
- ສ້າງ, ຈັດຕັ້ງປະຕິບັດ ແລະ ທົບທວນ ແຜນການຄຸ້ມຄອງ, ບໍລິຫານຈັດການ ແລະ ພັດທະນາອ່າງຮັບນໍ້າ ລວມທັງ ນໍ້າໜ້າດິນ, ດິນບໍລິເວນນໍ້າ, ອ່າງເກັບນໍ້າ, ນໍ້າໃຕ້ດິນ ແລະ ການກັກເກັບນໍ້າໄວ້ນໍາໃຊ້ ພ້ອມທັງກຳນົດ ແລະ ຄຸ້ມຄອງເຂດສະຫງວນນໍ້າ ແລະ ຊັບພະຍາກອນນໍ້າ;
- ສ້າງ, ພັດທະນາ ແລະ ຄຸ້ມຄອງ ລະບົບຂໍ້ມູນ-ຂ່າວສານ ນໍ້າ ແລະ ຊັບພະຍາກອນນໍ້າ;
- ຄົ້ນຄວ້າ ແລະ ນໍາສະເໜີ ສ້າງຕັ້ງຄະນະປະສານງານຄຸ້ມຄອງອ່າງຮັບນໍ້າ ຕາມເງື່ອນໄຂຕົວຈິງ;
- ຄົ້ນຄວ້າ ແລະ ກຳນົດປະລິມານການໄຫຼຕໍ່າສຸດຂອງນໍ້າ ທີ່ປ່ອຍອອກຈາກເຂື່ອນ, ຝາຍ ແລະ ອື່ນໆ ເພື່ອຮັບປະກັນຕລຄວາມຕ້ອງການພື້ນຖານຂອງຄົນ ແລະ ຮັບປະກັນຄວາມຢືນຍົງຂອງລະບົບນິເວດ;
- ຄົ້ນຄວ້າ ແລະ ນໍາສະເໜີ ອອກໃບອະນຸຍາດການນໍາໃຊ້ນໍ້າ ແລະ ຊັບພະຍາກອນນໍ້າ, ປະກອບຄຳເຫັນການອອກໃບອະນຸຍາດການບໍລິການໃຫ້ຄຳປຶກສາດ້ານນໍ້າ, ການຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນ ແລະ ອື່ນໆ;
- ຄົ້ນຄວ້າ, ສ້າງ, ປັບປຸງຂໍ້ຕົກລົງ, ຄູ່ມື ແລະ ຄຳແນະນໍາວິຊາການ ກ່ຽວກັບ ການຄຸ້ມຄອງ ແລະ ພັດທະນານໍ້າ ແລະ ຊັບພະຍາກອນນໍ້າ;
- ຄຸ້ມຄອງ, ຊີ້ນໍາ, ຊຸກຍູ້, ຕິດຕາມ, ກວດກາ ແລະ ປະເມີນການຈັດຕັ້ງປະຕິບັດ ແຜນຍຸດທະສາດ, ແຜນງານ ແລະ ໂຄງການຕ່າງໆທີ່ຕິດພັນກັບວຽກງານຄຸ້ມຄອງນໍ້າ ແລະ ຊັບພະຍາກອນນໍ້າ;
- ຄົ້ນຄວ້າ ແລະ ນໍາສະເໜີຂັ້ນເທິງປັບປຸງກົງຈັກການຈັດຕັ້ງຂອງກົມ, ຄຸ້ມຄອງ, ກຳນົດຕໍາແໜ່ງງານ, ສ້າງແຜນການບໍລຸງຍົກລະດັບ, ກໍ່ສ້າງ, ຊັບຊ້ອນພະນັກງານ-ລັດຖະກອນ ລວມທັງສົ່ງເສີມບົດບາດຍິງ-ຊາຍ, ຕິດຕາມການປະຕິບັດສິດ, ໜ້າທີ່ ແລະ ຄວາມຮອບຜິດຊອບຂອງພະນັກງານ-ລັດຖະກອນ, ການປະຕິບັດນະໂຍບາຍ ແລະ ວິໄນຕໍ່ພະນັກງານ-ລັດຖະກອນຂອງກົມ ເພື່ອສະກັດກັ້ນປະກົດການລະເມີດມະຕິ, ຄຳສັ່ງ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ ໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຕາມລະບຽບທີ່ກໍານົດ;
- ພົວພັນຮ່ວມມືທັງພາຍໃນ, ຕ່າງປະເທດ ແລະ ອົງການຈັດຕັ້ງສາກົນຕ່າງໆ ເພື່ອຂົນຂວາຍການສະໜັບສະໜູນທາງດ້ານເຕັກນິກ-ວິຊາການ ແລະ ທືນຮອນເຂົ້າໃນວຽກງານການຄຸ້ມຄອງຊັບພະຍາກອນນໍ້າ ຕາມການມອບໝາຍ ແລະ ການເຫັນດີຈາກຂັ້ນເທີ່ງ;
- ຄຸ້ມຄອງ, ບໍລິຫານການເງີນ, ຊັບສິນ ແລະ ເອກະສານຂອງກົມພ້ອມທັງຂື້ນແຜນການ, ງົບປະມານ ແລະ ສະຫຼຸບລາຍງານການເຄື່ອນໄຫວວຽກງານຂອງກົມ ຕໍ່ລັດຖະມົນຕີ ເປັນແຕ່ລະໄລຍະ;
- ປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ, ລະບຽບການ ແລະ ຕາມການມອບໝາຍຂອງລັດຖະມົນຕີ.
094913
ມື້ນີ້
ມື້ວານນີ້
ອາທິດນີ້
ອາທິດຜ່ານມາ
ເດືອນນີ້
ເດືອນຜ່ານມາ
ທັງຫມົດ
170
172
924
93533
2008
21433
94913
Your IP: 44.192.79.149
2023-05-28 03:27