-
Details
-
Written by ສຸກສໍາລານ ສົງຄາມ
-
- ອອກຂໍ້ຕົກລົງ, ຄໍາສັ່ງ, ແຈ້ງການ, ຄໍາແນະນໍາ ແລະ ຄູ່ມືດ້ານວິຊາການ ກ່ຽວກັບ ວຽກງານຄຸ້ມຄອງຊັບພະຍາກອນນໍ້າ ຕາມຂອບເຂດສິດຂອງຕົນ;
- ຄົ້ນຄວ້າ ແລະ ນໍາສະເໜີຂັ້ນເທິງ ເພື່ອອອກ, ພິຈາລະນາແຈ້ງເຕືອນ, ສັ່ງໂຈະຊົ່ວຄາວ, ປັບໃໝ, ປ່ຽນແປງ ແລະ ຖອນໃບອະນຸຍາດການນໍາໃຊ້ນໍ້າ ແລະ ໃບອະນຸຍາດການບໍລິການ ກ່ຽວກັບ ນໍ້າ ແລະ ຊັບພະຍາກອນນໍ້າ ຕາມກົດໝາຍ ແລະ ລະບຽບການ;
- ຄົ້ນຄວ້າຄໍາສະເໜີ ແລະ ການລາຍງານບັນຫານໍ້າ ແລະ ຊັບພະຍາກອນນໍ້າ ຈາກປະຊາຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງ ລວມທັງ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອແກ້ໄຂຂໍ້ຂັດແຍ່ງ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ;
- ສະເໜີແຕ່ງຕັ້ງ, ຍົກຍ້າຍ, ປົດຕໍາແໜ່ງ, ເລື່ອນຊັ້ນ, ເລື່ອນຂັ້ນ, ຍ້ອງຍໍ, ປະຕິບັດວິໃນ ແລະ ປະຕິບັດນະໂຍບາຍອື່ນໆຕໍ່ພະນັກງານ-ລັດຖະກອນ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ລວມທັງ ຍ້ອງຍໍ ແລະ ນະໂຍບາຍອື່ນໆ ຕໍ່ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງມີຜົນງານດີເດັ່ນ ໃນການຄຸ້ມຄອງ, ປົກປັກຮັກສາ, ນໍາໃຊ້, ພັດທະນາ ແລະ ຂຸດຄົ້ນນໍ້າ ແລະ ຊັບພະຍາກອນນໍ້າ ຢ່າງມີປະສິດທິຜົນ;
- ເຊັນໜັງສືສະເໜີ, ບົດປະກອບຄໍາເຫັນ, ບັດເຊີນ, ແຈ້ງການ, ສະໂໜດນໍາສົ່ງ, ບົດລາຍງານ, ບົດບັນທຶກ ແລະ ອື່ນໆທີ່ກ່ຽວຂ້ອງກັບພາລະບົດບາດຂອງກົມ;
- ອອກລະບຽບການ ແລະ ຮຽກໂຮມປະຊຸມຕ່າງໆພາຍໃນກົມຊັບພະຍາກອນນໍ້າ;
- ແຕ່ງຕັ້ງ ແລະ ສະເໜີແຕ່ງຕັ້ງພະນັກງານ-ລັດຖະກອນພາຍໃນກົມ ເຂົ້າຮ່ວມປະຊຸມ, ສໍາມະນາ, ຝຶກອົບຮົມ, ທັດສະນະສຶກສາ ຢູ່ພາຍໃນ ແລະ ຕ່າງປະເທດ;
- ສະເໜີວ່າຈ້າງຊ່ຽວຊານ ຫຼື ພະນັກງານຕາມສັນຍາ ທັງພາຍໃນ ແລະ ຕ່າງປະເທດ ເພື່ອຊ່ວຍ ແລະ ຮັບໃຊ້ວຽກງານວິຊາສະເພາະ ດ້ວຍແຫຼ່ງທຶນຂອງໂຄງການ ຕາມຄວາມຮຽນຮ້ອງຕ້ອງການຂອງວຽກງານຕົວຈິງ;
- ເຂົ້າຮ່ວມການເຈລະຈາ, ເຊັນສັນຍາ, ເຊັນບົດບັນທຶກຄວາມເຂົ້າໃຈກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນຕ່າງໆ ທີ່ພົວພັນເຖິງວຽກງານຄຸ້ມຄອງຊັບພະຍາກອນນໍ້າ ຕາມການມອບໝາຍຂອງຂັ້ນເທິງ;
- ຄຸ້ມຄອງ, ນໍາໃຊ້ສໍານັກງານ, ວັດຖຸປະກອນ, ພາຫະນະ ແລະ ງົບປະມານ ຕາມລະບຽບການ;
- ປະຕິບັດສິດອື່ນໆ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ, ລະບຽບການ ແລະ ຕາມການມອບໝາຍຂອງລັດຖະມົນຕີ.
094918
ມື້ນີ້
ມື້ວານນີ້
ອາທິດນີ້
ອາທິດຜ່ານມາ
ເດືອນນີ້
ເດືອນຜ່ານມາ
ທັງຫມົດ
175
172
929
93533
2013
21433
94918
Your IP: 44.192.79.149
2023-05-28 03:37