ວັນດິນຖ່ານຕົມໂລກ ແມ່ນວັນທີ 2 ມິຖຸນາ ຂອງທຸກໆປີ ເຊິ່ງໄດ້ຖືກກຳນົດຂຶ້ນໂດຍ ສະມາຄົມດິນຖ່ານຕົມສາກົນ ໃນປີ 2019.

ດິນຖ່ານຕົມແມ່ນຫຍັງ? ດິນຖ່ານຕົມແມ່ນດິນຊະນິດໜຶ່ງຂອງດິນບໍລິເວນນໍ້າ ທີ່ກໍ່ຕົວຂຶ້ນຈາກການເໜົ່າເປື່ອຍຂອງຂອງຊາກພືດ (ຮາກ, ໃບ, ລໍາຕົນ ແລະ ອື່ນໆ) ທີ່ສະສົມເປັນເວລາດົນນານ, ບາງຄັ້ງດົນເຖິງຫຼາຍພັນປີ.

ການສະສົມຂອງທາດອິນຊີວັດຖຸນີ້ ເຮັດໃຫ້ດິນຖ່ານຕົມເປັນແຫຼ່ງສໍາຄັນໃນການກັກເກັບທາດອາຍກາກບອນ ຊຶ່ງເທົ່າກັບ 30 ເປີເຊັນ ຂອງກາກບອນໃນດິນທົ່ວໂລກ ຊຶ່ງຫຼາຍກວ່າທາດກາກບອນທີ່ຢູ່ປ່າໄມ້ລວມກັນທັງໝົດ. ການກັກເກັບທາດອາຍກາກບອນໃຫ້ຢູ່ໃນຮູບແບບທໍາມະຊາດນີ້ ມີຄວາມສຳຄັນຫຼາຍ ໃນການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ.

ດິນຖ່ານຕົມຍັງເປັນລະບົບນິເວດທີ່ສຳຄັນໃນການເປັນທີ່ຢູ່ອາໄສ ໃຫ້ກັບພືດ ແລະ ສັດ ທີ່ມີຄວາມເປັນເອກະລັກ ແລະ ຫາຍາກ, ນອກນັ້ນ ຍັງເປັນແຫຼ່ງກັກເກັບນໍ້າໃຕ້ດິນ, ສະໜອງອາຫານ, ຢາ ແລະ ຊັບພະຍາກອນອື່ນໆ ໃຫ້ກັບຊຸມຊົນທ້ອງຖິ່ນອີກນໍາ.

ດິນຖ່ານຕົມຢູ່ ສປປ ລາວ ຍັງບໍ່ທັນໄດ້ຮັບການຂຶ້ນບັນຊີຢ່າງລະອຽດ, ການສຳຫຼວດເບື້ອງຕົ້ນ ໃນປີ 2015 ໄດ້ພົບດິນຖ່ານຕົມແຈກຢາຍຢູ່ ໃນແຂວງວຽງຈັນ ແລະ ແຂວງຈໍາປາສັກ ໂດຍສະເພາະໃນເຂດບຶງກຽດໂງ້ງ ເມືອງປະທຸມພອນ ແຂວງຈໍາປາສັກ ແມ່ນພົບຫຼາຍກວ່າໝູ່. ເຖິງຢ່າງໃດກໍ່ຕາມ ດິນຖ່ານຕົມ ອາດຈະມີຢູ່ແຂວງອື່ນນໍາ ເປັນຕົ້ນ ແມ່ນ ແຂວງອັດຕະປື, ສະຫວັນນະເຂດ, ຄຳມ່ວນ ແລະ ແຂວງອື່ນໆ.

ອີງຕາມເອກະສານ ແລະ ແຜນທີ່ດິນຖ່ານຕົມຢູ່ ສປປ ລາວ ເຫັນໄດ້ວ່າ ຍັງອີກຫຼາຍຢ່າງທີ່ຈະຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດ ເປັນຕົ້ນ ແມ່ນການຍົກລະດັບທາງດ້ານຄວາມຮູ້ ແລະ ການນໍາໃຊ້ເຄື່ອງມື ເພື່ອອະນຸລັກປົກປັກຮັກສາດິນຖ່ານຕົມໃຫ້ມີຄວາມຍືນຍົງ.

ເພື່ອເປັນການຊ່ວຍລັດຖະບານ ໃນການຈັດຕັ້ງປະຕິບັດຄຸ້ມຄອງດິນຖ່ານຕົມນີ້ ປະຈຸບັນແມ່ນມີ ສອງ ໂຄງການກຳລັງຖືກຈັດຕັ້ງປະຕິບັດ ໂດຍກົມຊັບພະຍາກອນນໍ້າ ພາຍໃຕ້ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຮ່ວມກັບ ອົງການສາກົນເພື່ອການອະນຸລັກທໍາມະຊາດ (IUCN). ທັງສອງໂຄງການເປັນໂຄງການລະດັບພາກພື້ນ ທີ່ມີກິດຈະກຳຢູ່ ສປປ ລາວ. ໂຄງການທີ່ໜຶ່ງແມ່ນ ໂຄງການຄຸ້ມຄອງລະບົບນິເວດດິນຖ່ານຕົມແບບຍືນຍົງໃນປະເທດພາກພື້ນແມ່ນໍ້າຂອງ ຈັດຕັ້ງປະຕິບັດຢູ່ ສປປ ລາວ, ມຽນມາ ແລະ ກຳປູເຈຍ ພາຍໃຕ້ການສະໜັບສະໜູນຂອງກອງທຶນສິ່ງແວດລ້ອມໂລກ (GEF), ໂຄງການທີສອງ ແມ່ນໂຄງການນໍາໃຊ້ດິນຖ່ານຕົມແບບຍືນຍົງ ແລະ ຫຼຸດຜ່ອນໝອກຄັວນ ຈັດຕັ້ງປະຕິບັດຢູ່ບັນດາປະເທດໃນອາຊຽນ ພາຍໃຕ້ທຶນຂອງສະຫະພາບຢູໂຣບ ແລະ ລັດຖະບານເຢຍລະມັນ. 

ທັງສອງໂຄງການແມ່ນສະໜັບສະໜູນ ການຄຸ້ມຄອງດິນຖ່ານຕົມແບບຍືນຍົງ ຜ່ານການຍົກລະດັບຄວາມຮູ້, ຄວາມເຂົ້າໃຈ ກ່ຽວກັບຊະນິດ, ໜ້າທີ່ ແລະ ຄຸນຄ່າຂອງດິນຖ່ານຕົມ ພ້ອມທັງ ສ້າງຄວາມເຂັ້ມໃນການຄຸ້ມຄອງ ທາງດ້ານນະໂຍບາຍ, ແຜນການ ແລະ ການປະຕິບັດທີ່ດີ ໃນການຄຸ້ມຄອງດິນຖ່ານຕົມໃຫ້ມີຄວາມຍືນຍົງ ໄປຄຽງຄູ່ກັບການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເທື່ອລະກ້າວ.

ລາຍລະອຽດເພີ່ມເຕີມ:

This email address is being protected from spambots. You need JavaScript enabled to view it., https://www.giz.de/en/worldwide/81673.html, ແລະ

www.dwr.monre.gov.la