ໃນວັນທີ 5 ສິງຫາ 2020 ຜ່ານມາ, ກົມຊັບພະຍາກອນນໍ້າ ຮ່ວມກັບ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມ ເຜີຍແຜ່ ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງນໍ້າໃຕ້ດິນ ໃຫ້ຫ້ອງການ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ 9 ຕົວເມືອງ ທົ່ວນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານ ຂອງທ່ານ ປອ ແອັງພອນ ແພງສຸວັນ ຮອງຫົວໜ້າ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ, ໄດ້ມີບັນດາທ່ານຫົວໜ້າຫ້ອງການ, ວິຊາການ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ 9 ຕົວເມືອງ ແລະ ວິຊາການຂອງຂະແໜງອ້ອມຂ້າງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງ ເຂົ້າຮ່ວມ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 27 ທ່ານ, ຍິງ 6 ທ່ານ.

ຈຸດປະສົງຂອງກອງປະຊຸມດັ່ງກ່າວແມ່ນ:

  1. ເພື່ອເຜີຍແຜ່ ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງນໍ້າໃຕ້ດິນ ແລະ ແບ່ງຄວາມຮັບຜິດຊອບອອກອະນຸຍາດການຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນ ບັນດາຫ້ອງການ ຊສ 9 ຕົວເມືອງ ນະຄອນຫຼວງວຽງຈັນ.

ເນື້ອໃນກອງປະຊຸມ:

ຂະແໜງ ຊັບພະຍາກອນນໍ້າ ແລະ ອຸຕຸນິຍົມ, ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນໄດ້ສະເໜີຫຍໍ້ ກ່ຽວກັບ ວຽກງານ ການຈັດຕັ້ງປະຕິບັດ ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງນໍ້າໃຕ້ດິນໃນໄລຍະຜ່ານມາ ແລະ ໄດ້ມີການນໍາສະເໜີ ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງນໍ້າໃຕ້ດິນ ຈາກກົມຊັບພະຍາກອນນໍ້າ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ.

ຜົນໄດ້ຮັບຂອງກອງປະຊຸມ:

ຫ້ອງການ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ 9 ຕົວເມືອງ ທົ່ວນະຄອນຫຼວງວຽງຈັນ ຮັບຮູ້ ແລະ ເຂົ້າໃຈກ່ຽວກັບ ວຽກງານຄຸ້ມຄອງນໍ້າໃຕ້ດິນໂດຍສະເພາະແມ່ນ ວຽກງານ ການອອກອະນຸຍາດ ການນໍາໃຊ້ນໍ້າໃຕ້ດິນ ແລະ ການອອກອະນຸຍາດ ການຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນ ນອກຈາກນັ້ນ ຫ້ອງການ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງ ຍັງໄດ້ນໍາເອົາຂໍ້ຕົກລົງດັ່ງກ່າວໄປເຜີຍເຜີຍໃຫ້ບັນດາຜູ້ປະກອບການໃນເມືອງໃຫ້ຮັບຮູ້ ແລະ ເຂົ້າໃຈໃນການຈັດຕັ້ງປະຕິບັດ.