Print

ໃນລະຫວ່າງວັນທີ 30 ມິຖຸນາ 2020, ທ່ານ ປອ. ອິນທະວີ ອັກຄະຣາດ ຫົວໜ້າ ກົມຊັບພະຍາກອນນໍ້າ ແລະ ທ່ານ ກິ່ງຄຳ ມະນີວົງ ຮອງຫົວໜ້າກົມຊັບພະຍາກອນນໍ້າ ພ້ອມດ້ວຍຄະນະປັບປຸງກົດໝາຍ ຂອງ ກຊສ ນໍາພາໂດຍທ່ານ ສົມມາດ ພົລເສນາ ລັດຖະມົນຕີ ກຊສ ເຂົ້າຮ່ວມກອງປະຊຸມສະໄໝສາມັນ ເທື່ອທີ່ 9 ຊຸດທີ VIII ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານ ຂອງ ທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ ແລະ  ພ້ອມດ້ວຍສະມະຊິກສະພາແຫ່ງຊາດ ເຂົ້າຮ່ວມ.

ທ່ານ ສົມມາດ ພົລເສນາ ລັດຖະມົນຕີ ກຊສ ໄດ້ນໍາສະເໜີປັບປຸງ 2 ມາດຕາ ຂອງກົດໝາຍວ່າດ້ວຍນໍ້າ ແລະ ຊັບພະຍາກອນນໍ້າ ຄື ມາດຕາ 34 ທີ່ດິນບໍລິເວນນໍ້າ ແລະ ມາດຕາ 35 ການນໍາໃຊ້, ການປົກປັກຮັກສາ ແລະ ການພັດທະນາທີ່ດິນບໍລິເວນນໍ້າ ເພື່ອໃຫ້ສ່ອງຄ່ອງກັບກົດໝາຍ ວ່າດ້ວຍທີ່ດິນ ສະບັບປັບປຸງໃໝ່.

ພ້ອມດຽວກັນກໍໄດ້ສະເໜີເຫດຜົນ, ຄວາມຈໍາເປັນ ຂອງການປັບປຸງ ແລະ ສະມາຊິກສະພາແຫ່ງຊາດ ກໍໄດ້ປະກອບຄໍາເຫັນຢ່າງກົງໄປກົງມາ. ຫຼັງຈາກນັ້ນ ຈຶ່ງໄດ້ລົງຄະແນນສຽງ ເພື່ອຮັບຮອງເອົາ 2 ມາດຕາ.