ວັນດິນຖ່ານຕົມໂລກ ແມ່ນວັນທີ 2 ມິຖຸນາ ຂອງທຸກໆປີ ເຊິ່ງໄດ້ຖືກກຳນົດຂຶ້ນໂດຍ ສະມາຄົມດິນຖ່ານຕົມສາກົນ ໃນປີ 2019.

ດິນຖ່ານຕົມແມ່ນຫຍັງ? ດິນຖ່ານຕົມແມ່ນດິນຊະນິດໜຶ່ງຂອງດິນບໍລິເວນນໍ້າ ທີ່ກໍ່ຕົວຂຶ້ນຈາກການເໜົ່າເປື່ອຍຂອງຂອງຊາກພືດ (ຮາກ, ໃບ, ລໍາຕົນ ແລະ ອື່ນໆ) ທີ່ສະສົມເປັນເວລາດົນນານ, ບາງຄັ້ງດົນເຖິງຫຼາຍພັນປີ.

ການສະສົມຂອງທາດອິນຊີວັດຖຸນີ້ ເຮັດໃຫ້ດິນຖ່ານຕົມເປັນແຫຼ່ງສໍາຄັນໃນການກັກເກັບທາດອາຍກາກບອນ ຊຶ່ງເທົ່າກັບ 30 ເປີເຊັນ ຂອງກາກບອນໃນດິນທົ່ວໂລກ ຊຶ່ງຫຼາຍກວ່າທາດກາກບອນທີ່ຢູ່ປ່າໄມ້ລວມກັນທັງໝົດ. ການກັກເກັບທາດອາຍກາກບອນໃຫ້ຢູ່ໃນຮູບແບບທໍາມະຊາດນີ້ ມີຄວາມສຳຄັນຫຼາຍ ໃນການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ.

ໃນວັນທີ 5 ສິງຫາ 2020 ຜ່ານມາ, ກົມຊັບພະຍາກອນນໍ້າ ຮ່ວມກັບ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມ ເຜີຍແຜ່ ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງນໍ້າໃຕ້ດິນ ໃຫ້ຫ້ອງການ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ 9 ຕົວເມືອງ ທົ່ວນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານ ຂອງທ່ານ ປອ ແອັງພອນ ແພງສຸວັນ ຮອງຫົວໜ້າ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ, ໄດ້ມີບັນດາທ່ານຫົວໜ້າຫ້ອງການ, ວິຊາການ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ 9 ຕົວເມືອງ ແລະ ວິຊາການຂອງຂະແໜງອ້ອມຂ້າງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງ ເຂົ້າຮ່ວມ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 27 ທ່ານ, ຍິງ 6 ທ່ານ.

Subcategories