Print

ໜ້າທີ່ຂອງ ພະແນກ ຄຸ້ມຄອງນໍ້າໃຕ້ດິນ

  1. ປະຕິບັດນະໂຍບາຍ, ຍຸດທະສາດ, ກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍຂອງລັດຖະບານ, ກະຊວງ ແລະ ກົມວາງອອກ ໃຫ້ໄດ້ຮັບຜົນດີ;
  2. ຫັນເອົາແຜນການ, ແຜນງານ ແລະ ໂຄງການຂອງກົມ ເປັນໜ້າວຽກລະອຽດຂອງພະແນກຕົນ ພ້ອມທັງຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນສູງ;
  3. ຄົ້ນຄວ້າ, ສ້າງຂໍ້ຕົກລົງ, ບົດແນະນໍາວິຊາການຕ່າງໆ ທີ່ກ່ຽວຂ້ອງກັບວຽກງານການຄຸ້ມຄອງນໍ້າໃຕ້ດິນ ເພື່ອສະເໜີຕໍ່ຂັ້ນເທິງພິຈາລະນາຮັບຮອງ ພ້ອມທັງ ໂຄສະນາ, ເຜີຍແຜ່ ແລະ ຕິດຕາມກວດກາຈັດຕັ້ງປະຕິບັດ;
  4. ສໍາຫຼວດ, ຂຸດເຈາະ, ປະເມີນ ແລະ ຂື້ນບັນຊີ ແຫຼ່ງນໍ້າໃຕ້ດິນ ລວມມີ: ນໍ້າບາດານ, ນໍ້າສ້າງ, ນໍ້າອອກບໍ່, ນໍ້າຫລອດພື້ນ ແລະ ນໍ້າແຮ່ທາດ;
  5. ສ້າງບົດລາຍງານສະພາບນໍ້າໃຕ້ດິນ ເພື່ອເປັນບ່ອນອີງໃນການວາງແຜນຄຸ້ມຄອງນໍ້າໃຕ້ດິນ;
  6. ສ້າງ, ຈັດຕັ້ງປະຕິບັດ ແລະ ທົບທວນແຜນການຄຸ້ມຄອງນໍ້າໃຕ້ດິນ ໃນຂອບເຂດທົ່ວປະເທດ;
  7. ປະສານສົມທົບ ກັບຂະແໜງການທີ່ກ່ຽວຂ້ອງ ໃນການຂຸດເຈາະນໍ້າໃຕ້ດິນ ເພື່ອແກ້ໄຂບັນຫາ ການຂາດແຄນນໍ້າຂອງຊຸມຊົນ ພ້ອມທັງ ຊຸກຍູ້ ສົ່ງເສີມການມີສ່ວນຮ່ວມ ໃນການຄຸ້ມຄອງນໍ້າໃຕ້ດິນແບບຍືນຍົງ;
  8. ຊຸກຍູ້ ແລະ ແນະນຳ ຂະແໜງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂັ້ນທ້ອງຖິ່ນ ເພື່ອຂຶ້ນບັນຊີ ເຄື່ອງຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນ ລວມທັງການຂື້ນບັນຊີແຫຼ່ງນໍ້າໃຕ້ດິນ ແລະ ການນຳໃຊ້ນໍ້າໄຕ້ດິນ;
  9. ຊຸກຍູ້ ແລະ ຕິດຕາມກວດກາ ການອອກໃບອະນຸຍາດການຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນ ແລະ ການນໍາໃຊ້ນໍ້າໃຕ້ດິນ ຂອງ ຂະແໜງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂັ້ນທ້ອງຖິ່ນ;
  10. ແນະນໍາດ້ານວິຊາການໃນການຄຸ້ມຄອງນໍ້າໃຕ້ດິນ, ຊຸກຍູ້, ຕິດຕາມກວດກາ ການເຄື່ອນໄຫວວຽກງານ ຄຸ້ມຄອງນໍ້າໃຕ້ດິນຂອງຂະແໜງການຊັບພະຍາກອນນໍ້າ ທີ່ປະຈໍາຢູ່ທ້ອງຖິ່ນ ໃນຂອບເຂດທົ່ວປະເທດ;
  11. ຄົ້ນຄວ້າທາງດ້ານວິຊາການ ກ່ຽວກັບ ການອອກໃບຢັ້ງຢືນດ້ານວິຊາການ ໃນການຕັ້ງບໍລິສັດການຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນ;
  12. ສະຫຼຸບ, ຕີລາຄາ ແລະ ທົບທວນການຈັດຕັ້ງປະຕິບັດແຜນດໍາເນີນງານ, ແຜນງານ, ໂຄງການທີ່ກ່ຽວຂ້ອງກັບການຄຸ້ມຄອງ ແລະ ການພັດທະນານໍ້າໃຕ້ດິນ;
  13. ຕິດຕາມການປະຕິບັດສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງພະນັກງານ-ລັດຖະກອນ ພາຍໃນພະແນກຕົນ ເພື່ອສະກັດກັ້ນການລະເມີດມະຕິ, ຄໍາສັ່ງ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ;
  14. ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງຫົວໜ້າກົມ.